lo_ezk_text_ulb_l3/11/19.txt

1 line
1.7 KiB
Plaintext

\v 19 ​ເຮົາ​ຈະ­ໃຫ້ພວກເຂົາມີ​ຈິດ­ໃຈ​ດຽວ, ແລະ​ເຮົາ​ຈະ​ໃສ່​ຈິດ­ວິນ­ຍານ​ໃຫມ່ໄວ້​ໃນພວກເຂົາ. ເຮົາ​ຈະ​ເອົາໃຈ​ຫີນ​ອອກ​ໄປ​ເສຍ​ຈາກ​ເນື້ອ​ຫນັງ​ຂອງ​ພວກ­ເຂົາ ແລະ​ຈະ­ໃຫ້​ໃຈເນື້ອອ່ອນແກ່ພວກ​ເຂົາ, \v 20 ເພື່ອ​ວ່າ ພວກ­ເຂົາ​ຈະ​ດຳ­ເນີນ​ຊີວິດໃນພຣະສັນຍາຂອງເຮົາ. ພວກເຂົາຈະຮັກ­ສາ​ ແລະເຮັດຕາມກົດເກນ​ຂອງ​ເຮົາ​ ແລະຈະປະຕິບັດຕາມ. ແລ້ວພວກ­ເຂົາ​ທັງ­ຫລາຍ​ຈະ​ເປັນ​ປະ­ຊາ­ຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພຣະ­ເຈົ້າ​ຂອງ​ພວກ­ເຂົາ. \v 21 ແຕ່​ສ່ວນຜູ້ທີ່ເດີນໄປດ້ວຍຄວາມປາກດຖະນາມຸ້ງໄປຍັງສິ່ງ​ທີ່​ຫນ້າ​ລັງກຽດ ແລະກຽດ­ຊັງ​. ເຮົາ​ຈະ​ຕອບ­ແທນ​ໃຫ້​ສົມ​ກັບ​ການ​ປະ­ພຶດ​ຂອງ​ພວກ­ເຂົາ​ໄດ້ເຮັດລົງໄປ ເຫນືອຫົວຂອງພວກເຂົາ- ­ພຣະຢາເວ ພຣະ­ຜູ້ເປັນເຈົ້າຊົງປະກາດ​ດັ່ງ​ນີ້­ແຫລະ”