lo_ezk_text_ulb_l3/11/05.txt

1 line
1.5 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 5 ແລ້ວພຣະ­ວິນ­ຍານ​ຂອງ​ພຣະຢາເວ​ລົງ­ມາເຫນືອ​ຂ້າ­ນ້ອຍ ແລະ​ພຣະ­ອົງ​ກ່າວ​ກັບ​ຂ້າ­ນ້ອຍວ່າ, “ນີ້ເປັນສິ່ງທີ່ພຣະຢາເວຊົງ​ກ່າວ​ວ່າ: ເຊື້ອ­ສາຍ​ອິດສະຣາເອນ​ເອີຍ; ພວກເຈົ້າ​ຄິດ​ດັ່ງ­ນັ້ນ ແລະ​ເຮົາ​ຮູ້​ສິ່ງ​ຄວາມຄິດທັງຫລາຍໃນໃຈຂອງພວກເຈົ້າ. \v 6 ພວກເຈົ້າ​ໄດ້ຂ້າຜູ້ຄົນຈຳນວນຫລາຍໃນເມືອງນີ້ ແລະຖະຫນົນຕ່າງໆເຕັມໄປດ້ວຍຊາກສົບ. \v 7 ເພາະ­ສະ­ນັ້ນ, ­ພຣະຢາເວ ພຣະຜູ້­ເປັນ­ເຈົ້າ​​ ຊົງກ່າວ​ດັ່ງ­ນີ້​ວ່າ : ປະຊາຊົນທີ່ພວກເຈົ້າໄດ້​ຂ້າ​, ຜູ້ຊຶ່ງ​ພວກເຈົ້າ​ໄດ້​ຖິ້ມ​ໄວ້​ທ່າມ­ກາງ​ນະຄອນເຢຣູຊະເລມ​ນີ້, ​ເປັນ​ຊີ້ນ ແລະ​ເມືອງ​ນີ້​ກາຍ­ເປັນ​ຫມໍ້​ຕົ້ມ. ແຕ່​ເຮົາ​ຈະຂັບໄລ່ພວກເຈົ້າອອກໄປຈາກກາງເມືອງນີ້.