lo_ezk_text_ulb_l3/45/16.txt

1 line
1.5 KiB
Plaintext

\v 16 ປະ­ຊາ­ຊົນ​ທັງ​ຫມົດ​ແຫ່ງ​ແຜ່ນ­ດິນ​ນີ້​ຈະມອບ​ເຄື່ອງ​ຖວາຍ​ພິເສດ​ແກ່​ເຈົ້າຊາຍທັງຫລາຍ​ແຫ່ງ​ອິດສະຣາເອນ. \v 17 ມັນ­ເປັນ​ຫນ້າ­ທີ່​ຂອງ​ເຈົ້າຊາຍ​ທີ່​ຈະ​ຈັດ​ຕຽມສັດສຳລັບເຄື່ອງ​ເຜົາ​ບູ­ຊາ, ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ, ແລະ ເຄື່ອງ​ດື່ມ​ບູ­ຊາ ຊຶ່ງໃນ​ງານ​ເທດ­ສະ­ການ​ທັງ­ຫລາຍ ແລະ ​ໃນ​ວັນ​ຂຶ້ນຫນຶ່ງ​ຄ່ຳ, ແລະ ວັນ​ສະ­ບາ​ໂຕທັງຫລາຍນີ້ຄື — ​ເທດ­ສະ­ການ​ທີ່​ກຳ­ນົດ​ໄວ້ສຳລັບ​ເຊື້ອ­ສາຍ​ອິດສະຣາເອນ​. ­ເຂົາ​ຈັດ​ຕຽມເຄື່ອງ­ບູ­ຊາ​ໄຖ່​ບາບ, ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ, ເຄື່ອງ​ເຜົາ​ບູ­ຊາ ແລະ ​ເຄື່ອງສັນຕິ­ບູ­ຊາ​ ເພື່ອ​ເຮັດ­ການ​ລົບ​ລ້າງ­ບາບ​ແທນ​ເຊື້ອ­ສາຍ​ອິດສດຣາເອນ.