lo_ezk_text_ulb_l3/23/24.txt

1 line
1.6 KiB
Plaintext

\v 24 ພວກ­ເຂົາ​ຈະ​ມາ​ຕໍ່­ສູ້​ເຈົ້າດ້ວຍ​ອາ­ວຸດທັງຫມົດ, ແລະ ດ້ວຍລົດມ້າ­ຮົບ ແລະ ກວຽນ, ແລະ​ ພ້ອມຊົນ­ຊາດ​ທັງ­ຫລາຍ​ເປັນ​ຈຳ­ນວນ​ຫລາຍ. ພວກ­ເຂົາ​ຈະ​ໃຊ້ໂລ່ໃຫ່ຍ, ໂລ່ນ້ອຍ, ແລະ ​ຫມວກ​ເຫລັກຕັ້ງຕົນຕໍ່ສູ້ກັບເຈົ້າທຸກດ້ານ. ເຮົາຈະມອບໂອກາດໃຫ້ພວກເຂົາລົງໂທດເຈົ້າ, ແລະ ພວກເຂົາຈະລົງໂທດເຈົ້າດ້ວຍການກະທຳທັງຫລາຍຂອງເຂົາ. \v 25 ເພາະເຮົາ​ຈະ​ຕັ້ງ​ຄວາມອິດສາຂອງເຮົາເທິງເຈົ້າ, ​ແລະ ​ພວກ­ເຂົາ​ຈະ​ເຮັດ​ກັບ​ເຈົ້າ​ດ້ວຍ​ຄວາມໂກດຮ້າຍ. ພວກ­ເຂົາ​ຈະ​ຕັດ​ດັງ ແລະ​ ຕັດ​ຫູ​ຂອງ​ເຈົ້າ​ອອກ​ເສຍ, ແລະ ພວກເຈົ້າທີ່​ລອດ​ຈະ​ລົ້ມ­ລົງ​ດ້ວຍຄົມ​ດາບ. ພວກ­ເຂົາ​ຈະ​ຈັບ​ລູກ­ຊາຍ ແລະ​ ລູກ­ສາວທັງຫລາຍ​ຂອງ​ເຈົ້າ, ແລະ ພວກເຈົ້າທີ່ລອດ​ຈະ​ຖືກ​ເຜົາ​ດ້ວຍ​ໄຟ.