lo_ezk_text_ulb_l3/10/15.txt

1 line
1.5 KiB
Plaintext

\v 15 ແລ້ວເຫລົ່າ​ເຄ­ຣຸບ — ແມ່ນ​ສິ່ງ​ທີ່​ມີ­ຊີ­ວິດ ຊຶ່ງ­ຂ້າ­ນ້ອຍ​ເຄີຍ​ເຫັນ​ຢູ່​ແຄມ​ແມ່­ນ້ຳ​ເກ­ບາ — ລຸກຂຶ້ນ. \v 16 ເມື່ອໃດກໍຕາມທີ່​ເຫລົ່າ​ເຄ­ຣຸບເຄື່ອນ​ໄຫວ, ເຫລົ່າກົງ​ລໍ້​ທີ່ຢູ່​ທາງຂ້າງພວກມັນກໍໄດ້ເຄື່ອນໄປດ້ວຍ, ແລະ​ ເມື່ອ​ໃດກໍຕາມທີ່ເຫລົ່າ​ເຄ­ຣຸບກາງ​ປີກທັງຫລາຍອອກ​ເພື່ອ­ຈະ​ບິນ​ຂຶ້ນ​ຈາກ​ໂລກ, ກົງ​ລໍ້​ເຫລົ່າ­ນັ້ນ​ກໍ​ບໍ່​ຫັນ​. ພວກມັນຈະຢືນຢູ່ທາງຂ້າງເຄຣຸບ. \v 17 ເມື່ອເຫລົ່າ​ເຄ­ຣຸບຢືນ​ຢູ່, ບັນດາກົງ​ລໍ້​ກໍ​ຢືນ​ຢູ່, ແລະ ເມື່ອເຫລົ່າ​ເຄ­ຣຸບ​ເຫາະ​ຂຶ້ນ, ກົງ​ລໍ້​ທັງຫລາຍກໍ​ເຫາະ​ຂຶ້ນກັບພວກມັນ​ໄປ​ດ້ວຍ, ເພາະ­ວ່າ​ວິນ­ຍານ​ຂອງ​ສິ່ງ​ທີ່​ມີ­ຊີ­ວິດ​ໄດ້ຢູ່­ໃນບັນດາກົງ​ລໍ້ນັ້ນ.