lo_ezk_text_ulb_l3/39/17.txt

2 lines
1.5 KiB
Plaintext

\v 17 \v 18 ບຸດ​ແຫ່ງ​ມະ­ນຸດ​ເອີຍ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ຈົ່ງ​ເວົ້າ­ກັບ​ນົກ​ທຸກ​ຊະ­ນິດ ແລະ​ເວົ້າ­ກັບ​ເຫລົ່າ​ສັດ­ປ່າ​ວ່າ ‘ຈົ່ງ​ຊຸມ­ນຸມ ແລະ​ມາ​ເຖີດ ລວມ​ກັນ​ມາ​ຈາກ​ທຸກ​ດ້ານ ມາ­ຍັງ​ງານ​ລ້ຽງ​ການ​ບູ­ຊາ ຊຶ່ງ​ເຮົາ​ຖວາຍ​ເພື່ອ​ເຈົ້າ ເປັນ​ງານ​ລ້ຽງ​ການ​ບູ­ຊາ​ໃຫຍ່​ເທິງ​ພູ­ເຂົາ​ທັງ­ຫລາຍ​ແຫ່ງ​ອິສຣາເອນ ເຈົ້າ​ຈະ​ຮັບ​ປະ­ທານ​ຊີ້ນ​ແລະ​ດື່ມ​ເລືອດ
18 ເຈົ້າ​ຈະ​ຮັບ​ປະ­ທານ​ຊີ້ນ​ຂອງ​ຜູ້​ກ້າ­ຫານ ແລະ​ດື່ມ​ເລືອດ​ຂອງ​ເຈົ້າ​ນາຍ​ແຫ່ງ​ໂລກ ຂອງ​ແກະ​ຜູ້ ຂອງ​ລູກ​ແກະ ແລະ​ຂອງ​ແບ້​ກັບ​ຂອງ​ງົວ­ເຖິກ ທັງ​ຫມົດ​ນີ້​ເປັນ​ສັດ​ອ້ວນ​ພີ​ແຫ່ງ​ເມືອງ​ບາ­ຊານ