1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 8 ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເພາະໂມອາບ ແລະເສອີກ່າວວ່າ, ‘ເບິ່ງແມ! ເຊື້ອສາຍຢູດາກໍເຫມືອນກັບປະຊາຊາດອື່ນໆທັງຫມົດ,’ \v 9 ເພາະສະນັ້ນ, ເບິ່ງແມ! ເຮົາຈະເປີດຊາຍແດນຂອງໂມອາບອອກເລີ່ມຈາກເມືອງຕ່າງໆ ຕາມຊາຍແດນ - ຄືບັນດາເມືອງຮຸ່ງເຮືອງແຫ່ງເມືອງເບັດ-ເຢຊີໂມດ, ເມືອງບາອານ-ເມໂອນ ແລະເມືອງກີຣິອາດທາຢິມ- \v 10 ປະຊາຊົນທາງທິດຕາເວັນຈະອອກຕໍ່ສູ້ກັບຄົນອຳໂມນ, ແລ້ວເຮົາຈະມອບອຳໂມນເປັນກຳມະສິດ ເພື່ອວ່າຈະບໍ່ມີໃຜນຶກເຖິງຄົນອຳໂມນອີກໃນທ່າມກາງບັນດາປະຊາຊາດ. \v 11 ດັ່ງນັ້ນ ເຮົາຈະພິພາກສາລົງໂທດໂມອາບ, ແລ້ວພວກເຂົາທັງຫລາຍຈະຮູ້ວ່າ ເຮົາແມ່ນພຣະຢາເວ. |