lo_ezk_text_ulb_l3/45/18.txt

1 line
1.5 KiB
Plaintext

\v 18 ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ໃນ​ວັນ­ທີ​ຫນຶ່ງ​ຂອງ​ເດືອນ​ທີ​ຫນຶ່ງ, ເຈົ້າ​ຈົ່ງ​ເອົາ​ງົວເຖິກຈາກຝູງເພື່ອມາເຮັດພິທີຖວາຍບູຊາລ້າງບາບ ສຳລັບສຖານທີ່ນນະມັດສະການ​. \v 19 ບັນດາ​ປະ­ໂລ­ຫິດ​ເອົາ​ເລືອດ​ຂອງ​ເຄື່ອງ­ບູ­ຊາ​ໄຖ່​ບາບ​ທາໄວ້ທີ່ເສົາປະຕູ​ພຣະ­ວິ­ຫານ ທີ່​ມຸມທັງສີ່ແຈ​ຂອງຄີ້ວຂອງ​ແທ່ນ​ບູ­ຊາ ແລະ​ເທິງ​ເສົາ​ປະ­ຕູ​ຂອງ​ເດີ່ນ​ຊັ້ນ​ໃນ. \v 20 ເຈົ້າຈະເຮັດຢ່າງນີ້ອີກໃນ​ວັນ­ທີ​ເຈັດ​ຂອງ​ເດືອນ​ນັ້ນ ເປັນການລົບມົນທິນ ເພື່ອ​ຜູ້​ຫນຶ່ງ​ຜູ້­ໃດຊຶ່ງ​ທີ່​ເຮັດ​ບາບໂດຍບໍ່ເຈດຕະນາ ຫລືຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການ ໂດຍວິທີນີ້ເຈົ້າຈະຊໍາລະພຮະວິຫານ.