lo_ezk_text_ulb_l3/17/09.txt

1 line
1.5 KiB
Plaintext

\v 9 ຈົ່ງ​ກ່າວ​ວ່າກັບປະຊາຊົນ, ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຄືອ​ນັ້ນ​ຈະ­ເລີນ​ຂຶ້ນ​ໄດ້​ບໍ? ນົກ​ຕົວນັ້ນ​ຈະ​ບໍ່​ຖອນ​ຮາກ​ມັນ​ຂຶ້ນ ແລະໄດ້​ເດັດ​ຜົນມັນຫລື, ແລະເຄືອນັ້ນກໍຈະ​ຫ່ຽວ­ແຫ້ງ​, ທຸກສ່ວນທີ່ງອກໃຫມ່ຂອງມັນຈະຫ່ຽວແຫງຢ່າງນັ້ນບໍ? ບໍ່ຈຳເປັນຕ້ອງໃຊ້ແຂນທີ່ແຂງແຮງ ຫລືຄົນ​ຈຳ­ນວນ​ຫລາຍ ເພື່ອ​ຖອນຮາກຂອງມັນທັງຫມົດໄດ້. \v 10 ດັ່ງນັ້ນ ເບິ່ງ​ແມ! ເມື່ອ​ມັນ​ຍ້າຍ​ໄປ​ປູກໃຫມ່, ເຄືອ​ນັ້ນ​ກໍ​ປົ່ງ​ງາມ​ດີ​ບໍ? ເມື່ອ​ລົມ​ທິດ­ຕາ­ເວັນ­ອອກ​ພັດ​ຖືກ​ມັນ, ມັນ​ຈະ​ບໍ່​ຫ່ຽວ­ແຫ້ງ​ໄປ​ບໍ? ຄືມັນ​ຈະ​ຫ່ຽວ­ແຫ້ງຢ່າງສີ້ນເຊີງ​ໄປ​ເຖິງ​ຮ່ອງ​ທີ່​ມັນ​ເກີດ​ມາ​ນັ້ນ​.”