lo_ezk_text_ulb_l3/23/43.txt

3 lines
1.6 KiB
Plaintext

\v 43 \v 44 \v 45 ເຮົາ​ຈຶ່ງ​ກ່າວ​ເລື່ອງ​ນາງ ຜູ້​ທີ່​ເຂົາ​ໄດ້​ລ່ວງ­ປະ­ເວ­ນີ​ວ່າ ພວກ­ເຂົາ​ຍັງ​ຫລິ້ນ­ຊູ້​ກັບ​ນາງ​ບໍ ແລະ​ນາງ​ຍັງ​ຫລິ້ນ­ຊູ້​ກັບ​ເຂົາ​ຢູ່​ບໍ
44 ເພາະ​ຊາຍ​ເຫລົ່າ­ນັ້ນ​ຍັງ​ເຂົ້າ​ມາ​ຫາ​ນາງ ຢ່າງ​ດຽວ​ກັນ­ກັບ​ຜູ້­ຊາຍ​ທີ່​ເຂົ້າ​ຫາ​ຍິງ​ທີ່​ເປັນ​ໂສ­ເພ­ນີ ດັ່ງ­ນັ້ນ ພວກ­ເຂົາ​ກໍ​ເຂົ້າ​ຫາ​ໂອ­ໂຮ­ລາ​ກັບ​ໂອ­ໂຮ­ລີ­ບາ​ຊຶ່ງ​ເປັນ​ຍິງ​ມີ​ລາ­ຄະ​ຕັນ­ຫາ
45 ແຕ່​ຄົນ​ຊອບ­ທຳ​ຈະ​ພິ­ພາກ­ສາ​ນາງ​ດ້ວຍ​ຄຳ​ພິ­ພາກ­ສາ​ອັນ​ຄວນ​ຕົກ​ແກ່​ຍິງ​ຜູ້​ລ່ວງ­ປະ­ເວ­ນີ ແລະ​ດ້ວຍ​ຄຳ​ພິ­ພາກ­ສາ​ອັນ​ຄວນ​ຕົກ​ແກ່​ຍິງ​ຜູ້​ເຮັດ­ໃຫ້​ຄົນ​ເລືອດ​ຕົກ ເພາະ​ນາງ​ເປັນ​ຍິງ​ລ່ວງ­ປະ­ເວ­ນີ ແລະ​ເພາະ​ເລືອດ​ຢູ່­ໃນ​ມື​ຂອງ​ນາງ