2 lines
1.6 KiB
Plaintext
2 lines
1.6 KiB
Plaintext
\v 24 \v 25 ພວກເຂົາຈະມາຕໍ່ສູ້ເຈົ້າ ມີອາວຸດ ລົດຮົບ ກວຽນ ແລະຊົນຊາດທັງຫລາຍເປັນຈຳນວນຫລາຍ ພວກເຂົາຈະຕັ້ງຕົນຕໍ່ສູ້ເຈົ້າທຸກດ້ານ ດ້ວຍສາຍຮັດ ໂລ່ ແລະຫມວກເຫລັກ ເຮົາຈະມອບການພິພາກສາຕໍ່ຫນ້າພວກເຂົາ ແລະພວກເຂົາທັງຫລາຍຈະພິພາກສາເຈົ້າຕາມຫລັກການພິພາກສາຂອງພວກເຂົາເອງ
|
|
25 ເຮົາຈະມຸ່ງຄວາມກະຕືລືລົ້ນຂອງເຮົາຕໍ່ສູ້ເຈົ້າ ແລະພວກເຂົາຈະເຮັດກັບເຈົ້າດ້ວຍຄວາມຮ້ອນຮົນ ພວກເຂົາຈະຕັດດັງ ແລະຕັດຫູຂອງເຈົ້າອອກເສຍ ຜູ້ທີ່ລອດຕາຍຈະລົ້ມລົງດ້ວຍດາບ ພວກເຂົາຈະຈັບລູກຊາຍ ແລະລູກສາວຂອງເຈົ້າ ຄົນທີ່ລອດພົ້ນຕາຍຂອງເຈົ້າຈະຖືກເຜົາດ້ວຍໄຟ |