lo_ezk_text_ulb_l3/20/45.txt

1 line
1.5 KiB
Plaintext

\v 45 ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ມາ​ເຖິງ​ຂ້າ­ນ້ອຍວ່າ, \v 46 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ມຸ່ງ​ຫນ້າ​ໄປດິນແດນ​ທາງ​ທິດ­ໃຕ້ ແລະກ່າວ​ໂທດ​ຍັງ​ທິດ­ໃຕ້; ຈົ່ງ​ປະ­ກາດ​ພຣະ­ທຳ​ຕໍ່​ເຂດ­ແດນ​ປ່າ­ໄມ້​ທີ່­ຢູ່​ໃນເນເກບ. \v 47 ຈົ່ງ​ກ່າວ​ແກ່​ປ່າ­ໄມ້​ແຫ່ງເນເກບ​ວ່າ, ' ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ, ເຮົາ​ຈະ​ກໍ່​ໄຟ​ໄວ້​ໃນທ່າມກາງ​ເຈົ້າ, ເຮົາ​ຈະ​ເຜົາ​ຜານ​ຕົ້ນ­ໄມ້​ຂຽວ ແລະ​ຕົ້ນ­ໄມ້​ແຫ້ງ​ທຸກ​ຕົ້ນ​ທີ່­ຢູ່​ໃນທ່າມກາງ​ເຈົ້າ. ​ແປວ­ໄຟເຫລົ່ານີ້ ກໍຈະລຸກ​ໄຫມ້ ແລະ​ບໍ່­ສາມາດດັບ; ແລະ​ໃບຫນ້າ​ທຸກ​ຫນ້າ​ຕັ້ງ­ແຕ່​ທິດ­ໃຕ້​ຈົນ​ເຖິງ​ທິດ­ເຫນືອ​ຈະ​ຖືກ​ໄຟ​ລວກ.