lo_ezk_text_ulb_l3/20/08.txt

1 line
1.7 KiB
Plaintext

\v 8 ແຕ່​ພວກ­ເຂົາ​ໄດ້​ກະ­ບົດ​ຕໍ່​ເຮົາ ແລະ​ບໍ່­ຍອມ​ເຊື່ອຟັງ​ເຮົາ. ພວກ­ເຂົາ​ບໍ່­ໄດ້​ຖິ້ມ​ສິ່ງ​ທີ່​ຫນ້າ​ກຽດ­ຊັງອອດໄປເສຍຈາກສາຍຂອງເຂົາ ແລະປະຖື້ມຮູບ​ເຄົາ­ລົບ​ທັງຫລາຍຂອງ​ເອ­ຢິບ. ດັ່ງນັ້ນ ​ເຮົາ​ກໍ​ຕັ້ງໃຈທີ່​ຈະ​ລະ­ບາຍ​ຄວາມ​ໂກດ​ຂອງ​ເຮົາ​ອອກ​ເຫນືອ​ພວກ­ເຂົາ ເພື່ອໃຫ້ສົມແກ່​ຄວາມ​ຮ້າຍ​ຂອງ​ເຮົາ​ມີ​ຕໍ່​ພວກ­ເຂົາ​ຈົນ​ມອດ​ລົງໃນ​ທ່າມ­ກາງ​ແຜ່ນ­ດິນ​ເອ­ຢິບ. \v 9 ແຕ່​ເຮົາ​ກໍ​ເຮັດ​​ເຫັນ­ແກ່​ນາມ​ຂອງ​ເຮົາ​ເອງ ດັ່ງນັ້ນ ເຮົາຈະ​ບໍ່ຍອມໃຫ້ນາມນັ້ນຖືກດູຫມິ່ນໃນສາຍຕາ​ປະ­ຊາ­ຊາດ ຊຶ່ງ​ພວກ­ເຂົາ​ອາ­ໄສ​ຢູ່ທີ່ນັ້ນ. ເຮົາ​ຈຶ່ງ​ໄດ້​ສະ­ແດງ​ຕົວ​ຂອງ​ເຮົາ​ຕໍ່­ຫນ້າ​ປະຊາຊາດໃຫ້​ພວກ­ເຂົາ​ຮູ້­ຈັກ ໃນ​ການ​ທີ່​ເຮົາ​ຄົນ​ອິສຣາເອນ​ອອກ​ມາ​ຈາກ​ແຜ່ນ­ດິນ​ເອ­ຢິບ.