1 line
1.8 KiB
Plaintext
1 line
1.8 KiB
Plaintext
\v 19 ເພາະສະນັ້ນ ພຣະຢາເວພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເຮົາມີຊີວິດຢູ່ສັນໃດ ເພາະຄຳປະຕິຍານຕໍ່ເຮົາທີ່ເຂົາໄດ້ດູຫມິ່ນປະຫມາດ ແລະພັນທະສັນຍາຂອງເຮົາທີ່ເຂົາລະເມີດເສຍແມ່ນບໍ? ເຮົາຈະຕອບແທນໃຫ້ຕົກເທິງຫົວຂອງເຂົາຜູ້ນັ້ນ. \v 20 ເຮົາຈະກາງແຫຂອງເຮົາຄຸມລາວ ແລະລາວຈະຕິດກັບຂອງເຮົາ ແລະເຮົາຈະນຳລາວເຂົ້າໄປໃນບາບີໂລນ ແລະຈະພິພາກສາເຂົາຢູ່ບ່ອນນັ້ນໃນຄວາມສັດຂອງເຂົາທີ່ເຂົາໄດ້ທໍລະຍົດຕໍ່ເຮົາ. \v 21 ສ່ວນພວກທີ່ລີ້ໄພທັງຫມົດຂອງກອງທັບຈະລົ້ມລົງດ້ວຍດາບ ແລະພວກທີ່ເຫລືອຢູ່ຈະກະຈາຍໄປໃນທຸກໆທິດທາງ. ແລ້ວພວກເຈົ້າຈະຮູ້ວ່າ ເຮົາແມ່ນພຣະຢາເວພຣະຜູ້ເປັນເຈົ້າ, ເຮົາໄດ້ປະກາດແລ້ວວ່າເຫດການນັ້ນຈະເກີດຂື້ນ.” |