lo_ezk_text_ulb_l3/48/21.txt

1 line
1.7 KiB
Plaintext

\v 21 ສ່ວນ​ທີ່​ເຫລືອ​ຂອງແຜ່ນດິນ​ທັງ​ສອງດ້ານ​ຂອງການຖວາຍບູຊາອັນສັກສິດ ແລະ ເຂດເມືອງ ຈະເປັນຂອງເຈົ້າຊາຍ. ອະນາເຂດຂອງເຈົ້າຊາຍທາງທິດຕາເວັນອອກຈະແຜ່ກວ້າງອອກໄປ​ສອງ​ຫມື່ນ​ຫ້າ​ພັນ​ສອກ​ ຈາກເຂດແດນຂອງສ່ວນບໍຣິສຸດ ໄປເຖິງເຂດແດນທາງທິດ​ຕາ­ເວັນ​ອອກ — ແລະ ​ພື້ນທີ່ຂອງເຂົາໄປທາງທິດຕາເວັນຕົກຈະແຜ່ກວ້າງອອກໄປຍາວສອງ​ຫມື່ນ​ຫ້າ​ພັນ​ສອກໄປທາງທິດຕາເວັນຕົກ. ໃຈກາງຈະເປັນສ່ວນຖວາຍບໍຣິສຸດ, ແລະ ສະຖານບໍຣິສຸດຂອງພຣະວິຫານຈະຢູ່​ທາງກາງນັ້ນ. \v 22 ແຜ່ນດິນແຜ່ກວ້າງອອກ­ຈາກ​ກຳມະສິດ​ຂອງ​ຄົນ​ເລ­ວີ ແລະບໍລິເວນເມືອງ ຊຶ່ງຢູ່ທ່າມກາງນັ້ນ ຈະເປັນດິນແດນຂອງເຈົ້າຊາຍ; ມັນຈະຢູ່ລະ­ຫວ່າງ​ເຂດ­ແດນຂອງ​ຢູ­ດາ ແລະ ​ເຂດ­ແດນ​ຂອງເບັນ­ຢາ­ມິນ — ແຜ່ນດິນນີ້ຈະເປັນຂອງເຈົ້າຊາຍ.