1 line
907 B
Plaintext
1 line
907 B
Plaintext
\v 13 ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ນີ້ຈະເປັນວິທີທີ່ເຈົ້າຈະແບ່ງເຂດແດນໃຫ້ອິດສະຣາເອນທັງສິບສອງເຜົ່າ: ໂຢເຊັບຈະໄດ້ສອງສ່ວນ. \v 14 ແລະພວກເຈົ້າຈົ່ງແບ່ງໃຫ້ເທົ່າໆກັນ ຢ່າງທີ່ເຮົາໄດ້ຍົກມືປະຕິຍານແລ້ວວ່າ ຈະມອບໃຫ້ແກ່ບັນພະບູລຸດຂອງເຈົ້າ. ແຜ່ນດິນນີ້ຈະຕົກເປັນມໍລະດົກຂອງພວກເຈົ້າ. |