lo_ezk_text_ulb_l3/47/11.txt

1 line
1.2 KiB
Plaintext

\v 11 ແຕ່​ບ່ອນທີ່​ເປັນ​ບຶງ ແລະ ​ຫນອງນ້ຳຂອງທະເລເກືອ​ຈະ​ບໍ່​ຖືກເຮັດໃຫ້ຈືດ; ມັນຍັງຈະເປັນ​ເກືອຢູ່. \v 12 ນອກຈາກນີ້ ຕາມ​ຝັ່ງ​ທັງ​ສອງ​ຟາກ​ຂອງແມ່­ນ້ຳ, ຈະ​ມີ​ຕົ້ນ­ໄມ້​ທຸກ​ຊະ­ນິດ​ທີ່​ປູກ​ເປັນ​ອາ­ຫານ. ໃບ​ຂອງ​ມັນ​ຫລາຍຈະ​ບໍ່​ຫ່ຽວ ແລະ ​ຫມາກ​ຂອງ​ມັນ​ຈະ​ບໍ່​ຫລົ່ນຈັກເທື່ອ. ແຕ່ລະເດືອນ, ຕົ້ນ​ຈະ​ເກີດ​ຫມາກ​ໃຫມ່ເລື້ອຍໆ​, ເພາະ­ວ່າ​ນ້ຳໄຫລຈາກສະຖານທີ່ສັກສິດມາຍັງຕົ້ນ­ໄມ້​ເຫລົ່ານັ້ນ. ຜົນຂອງຫມາກ​ໄມ້​ນັ້ນ​ຈະໃຊ້​ເປັນ​ອາ­ຫານ, ແລະ ​ໃບຂອງມັນ​ກໍ​ໃຊ້​ຮັກສາພະຍາດ.