lo_ezk_text_ulb_l3/46/21.txt

1 line
1.5 KiB
Plaintext

\v 21 ແລ້ວ​ເຂົາ​ຈຶ່ງ​ນຳ​ຂ້ານ້ອຍ​ອອກ​ມາ​ທີ່​ເດີ່ນ​ຊັ້ນ​ນອກ ແລະ ​ພາ​ຂ້າ­ນ້ອຍຜ່ານໄປກາຍແຈ​ທັງ​ສີ່​ຂອງ​ເດີ່ນ​ນັ້ນ, ແລະ​ ຂ້ານ້ອຍໄດ້ເຫັນວ່າ ໃນແຕ່ລະແຈຂອງເດ່ີ່ນກໍມີເດີ່ນອີກເດີ່ນຫນຶ່ງ. \v 22 ໃນແຈ​ທັງ​ສີ່​ຂອງ​ເດີ່ນຊັ້ນນອກ ມີ​ເດີ່ນ​ນ້ອຍ​ໆສີ່ເດີ່ນ, ຍາວ​ສີ່​ສິບ​ສອກ ແລະ ກວ້າງ​ສາມ­ສິບ​ສອກ. ເດີ່ນ​ທັງ​ສີ່​ມີ​ຂະ­ຫນາດ​ດຽວ​ກັນທັງສີ່ເດີ່ນ. \v 23 ມີແຖວຫີນອ້ອມຮອບເດີ່ນນ້ອຍ​ທັງ​ສີ່​ນັ້ນ, ແລະ ມີ​ເຕົາແຕ່ງອາຫານຢູ່ດ້ານລຸ່ມຂອງແຖວຫີນນນັ້ນ​. \v 24 ແລ້ວ​ຊາຍຄົນນັ້ນໄດ້​ກ່າວ​ແກ່​ຂ້ານ້ອຍ​ວ່າ. “ສະຖານທີ່ເຫລົ່ານີ້ເປັນບ່ອນ​ທີ່ຄົນຮັບໃຊ້ໃນພຣະວິຫານ ຈະໃຊ້ຕົ້ມ​ເຄື່ອງ​ບູ­ຊາທີ່​ປະ­ຊາ­ຊົນຈະຖວາຍ.”