lo_ezk_text_ulb_l3/46/16.txt

1 line
2.1 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 16 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ຖ້າ​ເຈົ້າ​ຊາຍຈະມອບຂອງຂວັນໃຫ້ແກ່ລູກຊາຍທັງຫລາຍຂອງຕົນ, ສິ່ງນີ້ກໍຈະເປັນ​ມໍ­ລະ­ດົກ​ຂອງ​ລາວ. ມັນຈະເປັນກຳມະສິດຂອງລູກທັງຫລາຍຂອງລາວ, ມັນເປັນ​ມໍ­ລະ­ດົກ. \v 17 ແຕ່​ຖ້າລາວມອບ​ຂອງຂວັນສ່ວນ​ຫນຶ່ງຈາກ​ມໍ­ລະ­ດົກ​ຂອງລາວ ມອບ​ໃຫ້​ຄົນ­ໃຊ້​​ຄົນ​ຫນຶ່ງ​ຂອງລາວ, ແລ້ວສ່ວນ​ນັ້ນ​ຈະ​ກາຍເປັນ​ຂອງ​ຄົນ­ໃຊ້​ນັ້ນຈົນ​ເຖິງ​ປາີແຫ່ງອິດ­ສະ­ຫລະ­ພາບ, ແລ້ວ​ຈາກ​ນັ້ນກໍ​ຈະເອົາມາສົ່ງ​ໃຫ້ເຂົ້າຊາຍຄືນ. ມໍ­ລະ­ດົກຂອງລາວແມ່ນສຳລັບ​ລູກ­ຊາຍ​ທັງຫລາຍຂອງລາວ​ເທົ່າ​ນັ້ນ​. \v 18 ເຈົ້າຊາຍຈະບໍ່​ຍຶດ​ສິ່ງ­ໃດຈາກ​ມໍ­ລະ­ດົກ​ຂອງ​ປະ­ຊາ­ຊົນ​ ໂດຍ​ບີບຄັ້ນໃຫ້ອອກໄປຈາກສ່ວນທີ່ເປັນກຳມະສິດຂອງເຂົາທັງຫລາຍ; ເຈົ້າຊາຍຈະຕ້ອງ​ມອບສ່ວນທິ່ເປັນກຳມະສິດຂອງຕົນເອງໃຫ້ເປັນ​​ມໍ­ລະ­ດົກ​ແກ່​ລູກ­ຊາຍທັງຫລາຍ​ຂອງລາວ ເພື່ອ​ວ່າ​ປະ­ຊາ­ຊົນຈະບໍ່ກະຈັດກະຈາຍ, ທີ່​ຕ້ອງ​ຖືກ​ຂັບ­ໄລ່​ຈາກສ່ວນທີ່ເປັນ​ກຳ­ມະ­ສິດ​ຂອງ­ຕົນ.'"