lo_ezk_text_ulb_l3/46/09.txt

1 line
1.4 KiB
Plaintext

\v 9 ແຕ່ເມື່ອ​ປະ­ຊາ­ຊົນ​ຂອງແຜ່ນ­ດິນ​ເຂົ້າ​ມາ​ຕໍ່​ພຣະ­ພັກ​ພຣະຢາເວ­ຢູ່​ໃນ​ເທດ­ສະ­ການ​ງານ​ລ້ຽງ​ຕາມ​ກຳ­ນົດ, ຜູ້​ທີ່​ເຂົ້າ​ມາ​ທາງ​ປະ­ຕູ​ທິດເຫນືອ ເພື່ອ​ນະ­ມັດ­ສະ­ການ​ຈະ​ຕ້ອງ​ກັບ​ອອກ​ໄປ​ທາງ​ປະ­ຕູ​ທິດໃຕ້; ແລະ​ ຜູ້​ທີ່​ເຂົ້າ​ມາ​ທາງ​ປະ­ຕູທິດ​ໃຕ້​ ຈະ​ຕ້ອງ​ກັບ​ອອກ​ໄປ​ທາງ​ປະ­ຕູ​ທິດເຫນືອ. ຢ່າ​ໃຫ້​ໃຜ​ກັບອອກໄປຕາມ​ທາງ​ປະ­ຕູ​ທີ່ເຂົາເຂົ້າມາ, ເພາະເຂົາຕ້ອງກັບອອກໄປທາງດ້ານກົງກັນຂ້າມກັບທາງທີ່ເຂົ້າມາ. \v 10 ເຈົ້າ​ຊາຍຈະ​ຢູ່ທ່າມກາງປະຊາຊົນ; ເມື່ອເຂົາທັງຫມົດເຂົ້າ­ໄປນັ້ນ, ລາວຕ້ອງເຂົ້າໄປ, ເມື່ອ​ປະ­ຊາ­ຊົນ​ອອກ​ໄປນັ້ນ, ລາວກໍຕ້ອງອອກໄປດ້ວຍ.