lo_ezk_text_ulb_l3/45/18.txt

1 line
1.4 KiB
Plaintext

\v 18 ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ໃນ​ວັນ­ທີ​ຫນຶ່ງ​ຂອງ​ເດືອນ​ທີ​ຫນຶ່ງ, ເຈົ້າ​ຈົ່ງ​ເອົາ​ງົວເຖິກປາສະຈາກຕຳນິຈາກຝູງ ແລະ ມາເຮັດພິທີຖວາຍບູຊາລ້າງບາບ ສຳລັບ ສະຖານນະມັດສະການ​. \v 19 ບັນດາ​ປະ­ໂລ­ຫິດ​ເອົາ​ເລືອດ​ຂອງ​ເຄື່ອງ­ບູ­ຊາ​ໄຖ່​ບາບ​ທາໄວ້ທີ່ເສົາປະຕູ​ພຣະ­ວິ­ຫານ ແລະ ທີ່​ແຈທັງສີ່ຂອງເຂດແດນຂອງ​ແທ່ນ​ບູ­ຊາ, ແລະ ​ເທິງ​ເສົາ​ປະ­ຕູ​ຂອງ​ເດີ່ນ​ຊັ້ນ​ໃນ. \v 20 ເຈົ້າຈະເຮັດຢ່າງນີ້ອີກໃນ​ວັນ­ທີ​ເຈັດ​ຂອງ​ເດືອນ​ນັ້ນ ເປັນການຊຳລະຄວາມບາບຂອງແຕ່ລະຄົນ ຊຶ່ງ​ເປັນການເຮັດ​ບາບໂດຍບໍ່ເຈດຕະນາ ຫລື ເຈດຕະນາ; ໂດຍວິທີນີ້ເຈົ້າຈະຊໍາລະພຣະວິຫານ.