lo_ezk_text_ulb_l3/44/25.txt

1 line
1.3 KiB
Plaintext

\v 25 ​ພວກ­ເຂົາຈະບໍ່ໄປຍັງຄົນຕາຍ ເພື່ອເຮັດຕົວໃຫ້ເປັນມົນທິນ, ເວັ້ນເສຍ​ແຕ່​​ວ່າ ພໍ່ ຫລື ​ແມ່, ​ລູກ­ຊາຍ ຫລື ​ລູກ­ສາວ, ​ອ້າຍນ້ອງພີ່ຫລື ເອື້ອຍນ້ອງ ຜູ້ທີ່​ບໍ່­ໄດ້ໄປກັບຜູ້ຊາຍ; ນອກນັ້ນ ພວກເຂົາຈະກາຍເປັນມົນທິນໄດ້. \v 26 ຫລັງ​ຈາກ​ທີ່​ປະ­ໂລ­ຫິດ​ ໄດ້ກາຍເປັນມົນທິນແລ້ວ, ຂະເຈົ້າກໍນັບໄປອີກເຈັດມື້. \v 27 ໃນວັນທີ່ຈະເຂົ້າໄປສູ່ເດີ່ນ​ຊັ້ນ​ໃນຂອງສະ­ຖານທີ່ສັກສິດ, ເພື່ອປະຕິບັດຫນ້າທີ່ໃນສະຖານທີ່ສັກສິດຊັ້ນໃນ, ­ເຂົາ​ຈະ​ຕ້ອງ​ຖວາຍ​ເຄື່ອງ­ບູ­ຊາ​ໄຖ່​ບາບເພື່ອຕົວເອງ — ນີ້ເປັນຄຳປະກາດຂອງພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​.