lo_ezk_text_ulb_l3/44/10.txt

1 line
1.9 KiB
Plaintext

\v 10 ດັ່ງນັ້ນ ຊາວເລວີ ທີ່ຫ່າງໄກຈາກເຮົາ — ພວວກເຂົາໄດ້ອອກໄປຈາກເຮົາ, ຕິດຕາມຮູບເຄົາລົບທັງຫລາຍຂອງເຂົາ — ແຕ່ພວກເຂົາຕ້ອງໄດ້ຈ່າຍຄ່າແຫ່ງຄວາມບາບຂອງເຂົາ. \v 11 ພວກ­ເຂົາ​ເປັນຜູ້ຮັບໃຊ້ໃນພຣະວິຫານຂອງເຮົາ, ເຝົ້າຍາມ​ຢູ່​ທີ່​ປະ­ຕູ​ພຣະ­ວິ­ຫານ ແລະ ຮັບ​ໃຊ້ຢູ່­ໃນ​ພຣະ­ວິ­ຫານ ແລະ ພວກ­ເຂົາ​ຂ້າ​ສັດເພື່ອ​ເປັນ​ເຄື່ອງ​ເຜົາ​ບູ­ຊາ ແລະ​ ເຄື່ອງ​​ບູ­ຊາຕ່າງໆ ​ໃຫ້​ປະ­ຊາ­ຊົນ, ແລະ ພວກເຂົາຢືນຢູ່ຕໍ່ຫນ້າປະຊາຊົນທັງຫລາຍ ແລະ ຮັບ­ໃຊ້​ພວກ­ເຂົາ​. \v 12 ແຕ່ເນື່ອງຈາກພວກເຂົາເຄີຍຮັບໃຊ້ປະຊາຊົນຕໍ່ຫນ້າຮູບເຄົາລົບຕ່າງໆຂອງພວກເຂົາ, ແລະ ໄດ້ເຮັດໃຫ້​ເຊື້ອ­ສາຍ​ຂອງອິດສະຣາເອນ​ຕົກ​ຢູ່­ໃນ​ຄວາມ​ຊົ່ວ­ຊ້າໃນການເຮັດບາບ. ສະນັ້ນ ເຮົາຈະຍົກມືສາບານວ່າຈະຕໍ່ສູ້ພວກເຂົາ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ — ພວກເຂົາຈະຕ້ອງຮັບໂທດຂອງເຂົາ​.