lo_ezk_text_ulb_l3/44/06.txt

1 line
1.4 KiB
Plaintext

\v 6 ແລ້ວ​ຈົ່ງ​ກ່າວ​ແກ່​ຜູ້ທີ່​ກະ­ບົດວ່າ, ຄືເຊື້ອສາຍຂອງອິດສະຣາເອນ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ໂອ ພໍແລ້ວກັບການເຮັດສິ່ງທີ່­​​ຫນ້າ​ກຽດ­ຊັງ​ທັງ​ຫມົດ​ຂອງ​ພວກເຈົ້າ​, ເຊື້ອສາຍຂອງອິດສະຣາເອນເອີີຍ — \v 7 ທີ່ເຈົ້າພາ​ຄົນ​ຕ່າງ­ດ້າວ​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ​ທັງກາຍ ແລະ ​ໃຈ ເຂົ້າມາຍັງພຣະວິຫານຂອງເຮົາ, ເຮັດ­ໃຫ້​ພຣະວິຫານ​ມົວ​ຫມອງ, ໃນຂະນະທີ່ເຈົ້າຖວາຍອາຫານ, ​ໄຂ­ມັນ ແລະ ​ເລືອດ ໃຫ້ແກ່ເຮົາ — ເຈົ້າ​ໄດ້ລະເມີດ​ຄຳ­ຫມັ້ນ­ສັນ­ຍາ​ຂອງ​ເຮົາ​ໂດຍການກະທຳ​ອັນ​ຫນ້າ​ກຽດ­ຊັງ​ທັງ​ຫມົດ​ຂອງພວກ​ເຈົ້າ.