lo_ezk_text_ulb_l3/44/01.txt

1 line
1.4 KiB
Plaintext

\c 44 \v 1 ແລ້ວ​ຊາຍຜູ້ນັ້ນ​ໄດ້​ນຳ​ຂ້ານ້ອຍ ມາ​ເດີ່ນຊັ້ນນອກ​ທາງ​ປະ­ຕູ​ຂອງ​ສະ­ຖານ­ນະມັດສະການທີ່ປິ່ນ​ຫນ້າ​ໄປ​ທາງທິດ​ຕາ­ເວັນ​ອອກ; ​ປະ­ຕູ​ນັ້ນ​ປິດຢ່າງແຫນ້ນຫນາ. \v 2 ພຣະຢາເວຊົງ​ກ່າວ​ກັບ​ຂ້າ­ນ້ອຍ​ວ່າ, “ປະ­ຕູ​ນີ້​ຖືກ​ປິດປະທັບຕາໄວ້; ຊຶ່ງບໍ່ຖືກເປີດອີກ. ບໍ່ມີມະນຸດຄົນໃດສາມາດຜ່ານນເຂົ້າໄປທາງນີ້ໄດ້, ເພາະ​ພຣະຢາເວ, ພຣະ­ເຈົ້າ​​ແຫ່ງ​ອິດສະຣາເອນ​, ໄດ້​ສະ­ເດັດຜ່ານ​ເຂົ້າ­ໄປ​ທາງ​ນີ້, ­ສະ­ນັ້ນ ມັນຈຶ່ງ​ຖືກປິດຢ່າງແໜ້ນຫນາ. \v 3 ​ຜູ້ປົກຄອງຂອງອິດສະຣາເອນຈະນັ່ງໃນນັ້ນເພື່ອຮັບປະທານອາຫານ​​ຕໍ່​ພຣະ­ພັກ​ພຣະຢາເວ­. ເຂົາຈະເຂົ້າໄປທາງປະຕູ​ລະ­ບຽງ ແລະ ອອກມາທາງ​​ດຽວ​ກັນ.”