lo_ezk_text_ulb_l3/43/06.txt

1 line
2.2 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 6 ​ຊາຍ​ຄົນ​ນັ້ນ​ກຳລັງ​ຢືນ­ຢູ່​ທີ່​ຂ້າງ​ຂ້ານ້ອຍ, ແລະ ຂ້າ­ນ້ອຍ​ໄດ້­ຍິນຜູ້ຫນຶ່ງເວົ້າກັບຂ້ານ້ອຍ​​ມາ​ຈາກ​ພຣະ­ວິ­ຫານ. \v 7 ​ພຣະ­ອົງຊົງ​ກ່າວ​ກັບ​ຂ້ານ້ອຍວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ນີ້ເປັນບັນ­ລັງ​ ແລະ ​ແທ່ນ​ວາງ​ຕີນ​ຂອງ​ເຮົາ​ຢູ່​ບ່ອນ­ນີ້, ເປັນ​ບ່ອນ​ທີ່​ເຮົາ​ສະຖິດຢູ່​ທ່າມ­ກາງ​ຊົນ­ຊາດ​ອິດສະຣາເອນ​ເປັນ­ນິດ. ​ເຊື້ອ­ສາຍ​ຂອງອິດສະຣາເອນ ​ຈະ​ບໍ່ຖືກຫມິ່ນປະຫມາດນາມຊື່ຂອງເຮົາ — ພວກກເຂົາ ຫລືກະສັດຂອງເຂົາ — ພ້ອມຄວາມບໍ່ສັດຊື່ຂອງເຂົາ ຫລື ຊາກສົບຂອງກະສັດຂອງເຂົາໃນສະຖານສູງທັງຫລາຍ​. \v 8 ພວກເຂົາຈະບໍ່​ຫມິ່ນປະຫມາດນາມຊື່ອັນບໍຣິສຸດຂອງເຮົາ ໂດຍການວາງຂອບເຂດປະຕູຂອງພວກເຂົາຖັດຂອບເຂດປະຕູຂອງເຮົາ, ແລະ ຮົ້ວກັ້ນຂອງເຂົາທັງຫລາຍຖັດຈາກຂອງເຮົາ, ບໍ່ມີຫຍັງກັ້ນ ແຕ່ມີພຽງຝາຢູ່ລະຫວ່າງເຮົາ ແລະ ພວກເຂົາ. ພວກເຂົາເຮັດໃຫ້ນາມຊື່ອັນບໍຣິສຸດຂອງເຮົາເປັນມົນທິນໂດຍການກະທຳ​ອັນ​ຫນ້າ​ກຽດ­ຊັງ​, ບໍ່ສະນັ້ນ ເຮົາຈະທຳລາຍເຂົາດ້ວຍຄວາມໂກດຮ້າຍຂອງເຮົາ.