lo_ezk_text_ulb_l3/42/04.txt

1 line
1.3 KiB
Plaintext

\v 4 ​ຂ້າງ​ຫນ້າຂອງ​ຫ້ອງຕ່າງໆນັ້ນ​ກວ້າງ​ສິບ​ສອກ ແລະ ຍາວ​ຫນຶ່ງ​ສອກ ຍາວໄປເຖິງຫ້ອງດ້ານຫນ້າ. ບັນ­ດາ​ປະ­ຕູ​ຫ້ອງ​ເຫລົ່າ​ນີ້​ປິ່ນໄປທາງທິດ​ເຫນືອ. \v 5 ແຕ່ຫ້ອງ​ຊັ້ນ​ເທິງ​ແຄບ​ກວ່າ, ເພາະ​ລະ­ບຽງ​ເຫລົ່າ​ນີ້ໃຊ້ພື້ນທີ່​ຫລາຍ​ກວ່າທີ່ພວກ​ເຂົາເຮັດຈາກຊັ້ນລຸ່ມ ແລະ ຊັ້ນກາງຂອງອາຄານນັ້ນ. \v 6 ເພາະ­ວ່າ​ເປັນ​ຫ້ອງ​ສາມ​ຊັ້ນບໍ່­ມີ​ເສົາ​ຮອງ​ເຫມືອນ, ​ດັ່ງ​ເສົາ​ທີ່­ຢູ່​ເດີ່ນ​ຂ້າງ​ນອກ, ຊຶ່ງມີເສົາຮອງຮັບ, ເພາະ­ສະ­ນັ້ນ ຫ້ອງ​ຊັ້ນ​ເທິງສຸດ​ຈຶ່ງແຄບ​ເຂົ້າໄປຫລາຍກວ່າຂະຫນາດເມື່ອປຽບ​ທຽບກັບຫ້ອງຕ່າງໆ ຂອງຊັ້ນລຸ່ມສຸດ ແລະ ຊັ້ນກາງ.