lo_ezk_text_ulb_l3/42/01.txt

1 line
1.4 KiB
Plaintext

\c 42 \v 1 ແລ້ວ​ຊາຍຄົນນັ້ນ​ໄດ້​ພາ​ຂ້າ­ນ້ອຍ​ມາ​ເຖິງ​ເດີ່ນ​ຊັ້ນ​ນອກ ຊື່​ໄປທາງທິດ­ເຫນືອ, ແລະ ​ເຂົາໄດ້ນຳ​ຂ້ານ້ອຍ​ມາ​ເຖິງ​ຫ້ອງທັງຫລາຍ​ຊຶ່ງ​ຢູ່​ກົງ­ກັນ­ຂ້າມ​ກັບ​ເດີ່ນດ້ານນອກ ແລະ ​ທາງທິດເຫນືອນອກກຳແພງ. \v 2 ຫ້ອງເຫລົ່ານີ້​ເປັນຫນຶ່ງ​ຮ້ອຍ​ສອກທີ່ຢູ່ຫນ້າ ແລະ ກວ້າງຫ້າ​ສິບ​ສອກ. \v 3 ຫ້ອງເຫລົ່ານີ້ບາງຫ້ອງຕິດກັບເດີ່ນຊັ້ນໃນ­ ແລະ ຊຶ່ງຢູ່ຫ່າງຈາກສະຖານນະມັດສະການເປັນ​ຊາວ​ສອກ​. ມີຫ້ອງຕ່າງໆ ຢູ່ສາມຊັ້ນ, ແລະ ຫ້ອງຊັ້ນເທິງກໍແນມລົງມາຊັ້ນລຸ່ມ ເປັນ​ລະ­ບຽງ​ຊ້ອນ​ລະ­ບຽງ​ສາມ​ຊັ້ນ ແລະ ເປີດໃຫ້ພວກເຂົາ, ມີທາງເດີນ. ຫ້ອງບາງຫ້ອງປິ່ນໄປທາງເດີ່ນຊັ້ນນອກ.