lo_ezk_text_ulb_l3/41/21.txt

1 line
1.5 KiB
Plaintext

\v 21 ສ່ວນ​ເສົາ​ປະ­ຕູ​ຂອງ​ສະຖານນະມັດສະການບໍຣິສຸດເປັນສີ່​ຫລ່ຽມຈັດຕຸລັດ. ຮູບ­ຮ່າງ​ຂອງເສົາ­ນັ້ນ​ກໍ​ເຫມືອນ​ກັບ​ຮູບ­ຮ່າງ​ຂອງ​ອີກ​ດ້ານ​ຫນຶ່ງ. \v 22 ດ້ານຫນ້າຂອງສະຖານບໍຣິສຸດຂອງແທ່ນ​ບູ­ຊາ​, ນັ້ນແຕ່ລະດ້ານເຮັດດ້ວຍ​ໄມ້​ສູງ​ສາມ​ສອກ ແລະ ​ຍາວ​ສອງ​ສອກ. ທັງເສົາ​ແຈ, ຖານ ແລະ ໂຄງເຮັດດ້ວຍໄມ້. ແລ້ວຊາຍຄົນນັ້ນໄດ້ບອກ​ຂ້າ­ນ້ອຍວ່າ, “ນີ້​ແມ່ນ​ໂຕະ​ຊຶ່ງ​ຢູ່​ຕໍ່​ພຣະ­ພັກ​ຂອງ​ພຣະຢາເວ.­” \v 23 ມີປະຕູຄູ່ສຳລັບສະຖານນະມັດສະການບໍຣິສຸດທີ່ສຸດ​ ແລະ ບ່ອນທີ່ບໍຣິສຸດທີ່ສຸດ. \v 24 ປະ­ຕູ​ເຫລົ່າ­ນັ້ນ​ມີ​ສອງ​ບານ, ຄື​ບານ­ພັບ​ສອງ​ບານ, ປະ­ຕູ​ຫນຶ່ງ​ມີ​ສອງ​ບານ ແລະ ​ອີກ​ປະ­ຕູ​ຫນຶ່ງມີສອງບານ.