lo_ezk_text_ulb_l3/41/05.txt

1 line
1.6 KiB
Plaintext

\v 5 ແລ້ວຊາຍຄົນນັ້ນກໍໄດ້​ວັດ­ແທກ​ຝາ​ພຣະ­ວິ­ຫານ — ໄດ້ຄວາມ​ຫນາ​ຫົກ​ສອກ. ຄວາມກວ້າງຂອງແຕ່ລະດ້ານຂອງຫ້ອງຊຶ່ງຢູ່ຮອບ​ພຣະ­ວິ­ຫານ​ທຸກ​ດ້ານໄດ້​ສີ່​ສອກ. \v 6 ມີຫ້ອງດ້ານ​ຂ້າງທັງ​ສາມ​ຊັ້ນ​, ຫ້ອງຫນຶ່ງຢູ່ຂ້າງເທິງອີກຫ້ອງຫນຶ່ງຂອງແຕ່ລະຊັ້ນ, ມີ​ຊັ້ນ​ລະ​ສາມ­ສິບ​ຫ້ອງ. ມີພະນັກ​ຢູ່​ຮອບ​ຝາ​ພຣະ­ວິ­ຫານ, ເພື່ອຄໍ້າຫ້ອງລະບຽງ, ເພື່ອ​ບໍ່ມີສິ່ງຄໍ້າ​ຝາ​ຂອງ​ຝາ​ພຣະ­ວິ­ຫານ. \v 7 ດັ່ງນັ້ນ ຫ້ອງ​ລະ­ບຽງ​ນັ້ນ​ຍິ່ງ​​ກວ້າງ​ອອກ ແລະ ສູງ​ຂຶ້ນ​ໄປ, ເພື່ອພຣະວິຫານຈະສູູງຂຶ້ນ ແລະ ສູງຂຶ້ນໄປໂດຍຮອບ; ຫ້ອງທັງຫລາຍກວ້າງອອກໃນຂະນະທີ່ພຣະວິຫານນັ້ນສູງຂື້ນ, ແລະ ຂັ້ນໃດນັ້ນກໍສູງຂື້ນໄປເລື້ອຍໆ ຈົນຮອດບ່ອນສູງສຸດ, ໂດຍຜ່ານຊັ້ນກາງຂຶ້ນໄປ.