lo_ezk_text_ulb_l3/40/35.txt

1 line
1.2 KiB
Plaintext

\v 35 ແລ້ວ​ເຂົາ​ກໍ​ນຳ​ຂ້າ­ນ້ອຍ​ມາ­ຍັງ​ປະ­ຕູທາງທິດ​ເຫນືອ ແລະ ​ວັດ­ແທກ​ປະ­ຕູ​ນັ້ນ; ​ຊຶ່ງມີ​ຂະ­ຫນາດ​ດຽວ​ກັນ­ກັບ​ປະ­ຕູ​ອື່ນໆ. \v 36 ບັນດາຫ້ອງ​ຍາມ, ຝາ ແລະ​ ລະ­ບຽງ​ຂອງ​​ປະ­ຕູ​ນີ້ ວັດແທກໄດ້​ຂະ­ຫນາດ​ດຽວ​ກັນ­ກັບ​ບັນດາປະຕູ​ອື່ນໆ, ມີ​ປ່ອງ­ຢ້ຽມ​ໂດຍ​ຮອບ. ປະຕູທາງເຂົ້າ ແລະ ລະບຽງວັດແທກຄວາມຍາວໄດ້​ຫ້າ​ສິບ​ສອກ ແລະ ຄວາມ​ກວ້າງໄດ້​ຊາວ​ຫ້າ​ສອກ. \v 37 ລະ­ບຽງ​ຂອງ​ປະຕູນີ້ປິ່ນ​ຫນ້າໃສ່ເດີ່ນ​ຊັ້ນ​ນອກ; ແລະ ​ມີ​ຕົ້ນ​ປາມ​ຢູ່​ທີ່​ເສົາ​ດ້ານລະ​ຕົ້ນ ແລະ ມີຂັ້ນ­ໄດ​ຂື້ນໄປ​ແປດ​ຂັ້ນ.