lo_ezk_text_ulb_l3/40/32.txt

1 line
1.2 KiB
Plaintext

\v 32 ແລ້ວ​ຊາຍຄົນນີ້​ກໍ​ພາ​ຂ້າ­ນ້ອຍມາ​ທີ່​ເດີ່ນ​ຊັ້ນ​ໃນ​ທາງທິດ​ຕາ­ເວັນ​ອອກ ແລະ ​ວັດ­ແທກ​​ປະ­ຕູ​, ຊຶ່ງ­ໄດ້ຂະຫນາດ​ດຽວ​ກັນ­ກັບ​ປະ­ຕູ​ອື່ນໆ. \v 33 ຫ້ອງ​ຍາມ, ຝາຕ່າງໆ ແລະ​ ລະ­ບຽງວັດແທກໄດ້​ຂະ­ຫນາດ​ດຽວ​ກັນ­ກັບປະຕູ​ອື່ນໆ, ແລະ ມີ​ປ່ອງ­ຢ້ຽມອ້ອມຮອບ.​ປະ­ຕູດ້ານໃນ ​ແລະ ​ບ່ອນ​ລະ­ບຽງວັດແທກຄວາມຍາວໄດ້​ຫ້າ​ສິບ​ສອກ ແລະ​ ຄວາມກວ້າງໄດ້​ຊາວ​ຫ້າ​ສອກ. \v 34 ລະ­ບຽງປິ່ນໃສ່​ປະຕູຊັ້ນນອກ; ຊຶ່ງມີ​ຕົ້ນປາມທັງຫລາຍ​ຢູ່​ທີ່​ເສົາ​ດ້ານລະຕົ້ນ ແລະ ​ຂັ້ນ­ໄດຂື້ນໄປ​ແປດ​ຂັ້ນ.