lo_ezk_text_ulb_l3/40/28.txt

1 line
1.3 KiB
Plaintext

\v 28 ແລ້ວຊາຍຄົນນັ້ນໄດ້​ນຳ​ຂ້ານ້ອຍ​ມາ­ຍັງ​ເດີ່ນ​ຊັ້ນ​ໂດຍທາງ​ປະ­ຕູ​ທິດ­ໃຕ້, ຊຶ່ງເຂົາກໍໄດ້ວັດແທກເຫມືອນບັນດາປະຕູອຶ່ນໆ. \v 29 ຫ້ອງ​ຍາມ, ຝາຫ້ອງ ແລະ ​ລະ­ບຽງໄດ້ວັດແທກເຫມືອນ​ປະ­ຕູອຶ່ນໆ; ຄືມີປະຕູປ່ອງຢ້ຽມຮອບລະບຽງ. ປະຕູດ້ານໃນ ແລະ ລະບຽງວັດຄວາມຍາວໄດ້​ຫ້າ​ສິບ​ສອກ ແລະ ຄວາມ​ກວ້າງໄດ້​ຊາວ​ຫ້າ​ສອກ. \v 30 ຍັງມີ​ລະ­ບຽງ​ຢູ່​ອ້ອມຮອບຝາຊັ້ນໃນ; ທັງຫມົດນີ້ ​ຍາວ​ຊາວ​ຫ້າ​ສອກ ແລະ ກວ້າງ​ຫ້າ​ສອກ. \v 31 ລະ­ບຽງ​ນີ້ປິ່ນ​ຫນ້າ​ໃສ່​ເດີ່ນ​ຊັ້ນ​ນອກ ກັບ​ບັນດາຕົ້ນ​ປາມແກະສະລັກຢູ່ຝາທັງຫລາຍ ແລະ ມີ​ຂັ້ນ­ໄດ​​ແປດ​ຂັ້ນຍ່າງຂຶ້ນ.