lo_ezk_text_ulb_l3/40/14.txt

1 line
1.0 KiB
Plaintext

\v 14 ແລ້ວເຂົາກໍໄດ້ວັດແທກຝາລະຫວ່າງຫອ້ງຍາມຕ່າງໆ — ໄດ້ຄວາມຍາວຫົກ­ສິບ​ສອກ; ເຂົາໄດ້ວັດແທກໄກໄປເຖິງປະຕູລະບຽງດ້ວຍ. \v 15 ທາງເຂົ້າຈາກດ້ານຫນ້າຂອງ​ປະ­ຕູເຖິງສຸດປະຕູລະບຽງອີກດ້ານຫນຶ່ງໄດ້ຫ້າສິບສອກ. \v 16 ບັນດາປ່ອງຢ້ຽມຕ່າງໆທີ່ປິດຕໍ່ຫນ້າຫ້ອງຍາມ ແລະ ຕໍ່ຫນ້າບັນດາເສົາຂອງມັນ ຊຶ່ງຢູ່ພາຍໃນປະຕູອ້ອມຮອບ; ແລະ ເຊັ່ນດຽວກັບບໍລິເວນປະຕູຫນ້າ. ມີປະຕູປ່ອງຢ້ຽມຢູ່ຮອບດ້ານໃນ. ແລະ ແຕ່ລະຫ້ອງມີການຕົບແຕ່ງດ້ວຍບັນດາຕົ້ນຟາມ.