lo_ezk_text_ulb_l3/40/11.txt

1 line
1.2 KiB
Plaintext

\v 11 ແລ້ວ​ຊາຍຄົນນັ້ນ ກໍໄດ້​ວັດ­ແທກ​ຄວາມ​ກວ້າງຂອງ​​ທາງ​ຍ່າງເຂົ້າ​​ປະ­ຕູ — ໄດ້​ສິບ​ສອກ; ແລະ ເຂົາກໍໄດ້ວັດແທກ​ຄວາມ​ຍາວ​ຂອງ​​ປະ­ຕູທາງເຂົ້າ — ໄດ້​ສິບ​ສາມ​ສອກ. \v 12 ເຂົາໄດ້ວັດແທກຝາ ຊຶ່ງເປັນເຂດກັ້ນດ້ານຫນ້າຂອງຫ້ອງຕ່າງໆ — ໄດ້ຄວາມສູງຫນຶ່ງສອກ. ແຕ່ລະດ້ານຂອງຫ້ອງທັງຫລາຍວັດແທກໄດ້ຫົກສອກ. \v 13 ແລ້ວ​ເຂົາ​ກໍໄດ້​ວັດ­ແທກ​ທາງເຂົ້າ​ປະ­ຕູ​ຈາກ​ຫລັງ­ຄາ​ຂອງຝາຂອງ​ຍາມ​ຫ້ອງ​ຫນຶ່ງ​ຖັດໄປອີກຫ້ອງຫນຶ່ງໄດ້​ ​—ຊາວ​ຫ້າ​ສອກ, ຈາກ​ປະຕູທຳອິດຂອງຫ້ອງ ທີ່ຫນຶ່ງເຖິງຫ້ອງທີສອງ.