lo_ezk_text_ulb_l3/40/05.txt

1 line
1.8 KiB
Plaintext

\v 5 ມີ​ກຳແພງ​ອ້ອມຮອບ​ຢູ່​ບໍ­ລິ­ເວນ​ດ້ານນອກ​ຂອງ​ພຣະ­ວິ­ຫານ. ໄມ້​ວັດ­ແທກ​ໃນ​ມື​ຂອງ​ຊາຍ​ຜູ້­ນັ້ນມີຄວາມຍາວ​ຫົກ​ສອກ, ແຕ່­ລະ​ສອກ​ຍາວ​ເທົ່າ​ກັບຫນຶ່ງ​ສອກ­ກັບຫນຶ່ງຝ່າມື. ລາວໄດ້​ວັດ­ແທກກຳແພງນັ້ນ; ມັນມີ​ລວງຍາວ​ເທົ່າກັບ​ຫນຶ່ງ​ໄມ້​ວັດ­ແທກ ແລະ​ລວງສູງ​ໄດ້​ຫນຶ່ງ​ໄມ້​ວັດ­ແທກ. \v 6 ແລ້ວ​ຊາຍຄົນນັ້ນໄດ້ຫັນຫນ້າໄປທີ່ປະ­ຕູ​ເມືອງ​​ທາງ​ທິດ­ຕາ­ເວັນ­ອອກ. ເຂົາໄດ້ຂື້ນຕາມຂັ້ນໄດ ແລະ ໄດ້ວັດ­ແທກ​ທາງ​ເຂົ້າ​ປະ­ຕູ​ເລິກ — ເທົ່າກັບ​​ຫນຶ່ງ​ໄມ້​ວັດ­ແທກ. \v 7 ສ່ວນຫ້ອງທັງຫລາຍຂອງ​ຍາມ ມີຄວາມ​ຍາວ​ຫນຶ່ງ​ໄມ້​ວັດ­ແທກ ແລະ​ ກວ້າງ​ຫນຶ່ງ​ໄມ້​ວັດ­ແທກ; ​ຝາທີ່ກັ້ນລະຫວ່າງສອງຫ້ອງຍາມ ມີຄວາມຍາວຫນາຫ້າສອກ, ແລະ ທາງ​ເຂົ້າ​ປະ­ຕູຂອງພຣະວິຫານທີ່ຢູ່ຖັດຈາກລະ­ບຽງ​ມີຄວາມເລິກເທົ່າ​ຫນຶ່ງ​ໄມ້​ວັດ­ແທກ.