lo_ezk_text_ulb_l3/39/25.txt

1 line
1.8 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 25 ເພາະ­ສະ­ນັ້ນ ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງນີ້ວ່າ: ບັດ­ນີ້ ເຮົາ​ຈະ­ນຳການຄືນດີມາເຖິງ​ຢາ­ໂຄບ, ແລະ ເຮົາ​ຈະ​ມີ​ຄວາມ​ເມດຕາ​ຕໍ່​ເຊື້ອ­ສາຍ​ອິດສະຣາເອນ​ທັງ​ຫມົດ, ເມື່ອເຮົາເຮັດດ້ວຍໃຈທີ່ຮ້ອນຮົນເພື່ອນາມ​ບໍ­ຣິ­ສຸດ​ຂອງ​ເຮົາ. \v 26 ເມື່ອນັ້ນ​ພວກ­ເຂົາຈະ​ທົນ​ຮັບ​ຄວາມ​ອັບ­ອາຍ​ຂາຍ­ຫນ້າ​ຂອງ­ພວກເຂົາ ແລະ ການທໍລະຍົດທັງສີ້ນ ຊຶ່ງພວກເຂົາໄດ້ທໍລະຍົດເຮົາ. ພວກເຂົາຈະລືມສິ່ງເຫລົ່ານີ້ທັງຫມົດ ເມື່ອພວກເຂົາໄດ້ຢຸດພັກໃນແຜ່ນດິນໃນແຜ່ນດິນຂອງເຂົາຢ່າງ​ປອດ­ໄພ, ໂດຍ​ບໍ່­ມີ​ຜູ້­ໃດ​ເຮັດ­ໃຫ້​ພວກ­ເຂົາ​ຢ້ານ​ກົວ. \v 27 ເມື່ອ​ເຮົາ​ນຳພວກເຂົາກັບມາສູ່ສະພາບເດີມຈາກຊົນຊາດທັງຫລາຍ ແລະ ເຕົ້າໂຮມພວກເຂົາຈາກແຜ່ນດິນສັດຕູຂອງພວກເຂົາ, ເຮົາຈະສຳແດງ​ຄວາມ​ບໍ­ຣິ­ສຸດ​ຂອງ​ເຮົາຕໍ່ຫນ້າຕໍ່ຕາ​ປະ­ຊາ­ຊາດ​ທັງຫລາຍ.