lo_ezk_text_ulb_l3/39/09.txt

1 line
1.5 KiB
Plaintext

\v 9 ຜູ້ຄົນ​ເຫລົ່າ­ນັ້ນ​ທີ່​ອາ­ໄສ​ຢູ່­ໃນ​ບັນ­ດາເມືອງຕ່າງໆຂອງ​ອິດສະຣາເອນ​ຈະ​ອອກ​ໄປ ແລະ ພວກເຂົາ​ຈະໃຊ້ອາວຸດ ເພື່ອກໍ່ໄຟ ແລະ ເຜົາເຄື່ອງ​ອາ­ວຸດ​ — ໂລ່ກຳບັງນ້ອຍ, ໂລ່ໃຫຍ່, ຄັນ​ທະ­ນູ, ​ລູກ​ທະ­ນູ, ​ໄມ້­ຄ້ອນ ແລະ ຫອກ​ຍາວ; ພວກ­ເຂົາ​ຈະ​ເອົາພວກມັນເຜົາ​ໄຟ​​ເປັນ​ເວ­ລາ​ເຈັດ​ປີ. \v 10 ພວກ­ເຂົາ​ບໍ່​ຈຳ­ເປັນ​ຈະ​ຕ້ອງ​ເອົາ​ຟືນ​ມາ​ຈາກ​ທົ່ງ­ນາ ຫລື​ ຕັດ​ຟືນ​ມາ​ຈາກ​ປ່າ, ເພາະ​ພວກ­ເຂົາ​ຈະ​ກໍ່​ໄຟ​ດ້ວຍ​ເຄື່ອງ​ອາ­ວຸດ; ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຍາດ​ຊີງ​ເອົາ​ຈາກຜູ້​ທີ່​ຢາກຍາດ​ຊີງຈາກ​ພວກ­ເຂົາ; ພວກເຂົາ​ຈະ​ປຸ້ນ​ຜູ້​ທີ່ຢາກຈະ​ປຸ້ນ​ພວກ­ເຂົາ — ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ."