lo_ezk_text_ulb_l3/39/01.txt

1 line
1.3 KiB
Plaintext

\c 39 \v 1 “ບັດນີ້, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ປະ­ກາດຄຳທຳນວາຍຕໍ່ສູ້​ໂກກ ແລະ ​ກ່າວ​ວ່າ, 'ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ: ເບິ່ງ​ແມ໋! ເຮົາ​ເປັນ​ສັດ­ຕູ​ກັບ​ເຈົ້າ, ໂອ້ ໂກກ​ເອີຍ, ຜູ້​ເປັນຜູ້ນຳ​ທີ່​ສຳ­ຄັນ​ແຫ່ງ​ເມ­ເຊັກ ແລະ ​ຕູ­ບານ. \v 2 ເຮົາ​ຈະ­ຫັນເຈົ້າ​ກັບ ແລະ ນຳ​ເຈົ້າ; ເຮົາຈະນຳເຈົ້າມາ​ຈາກ​ທາງ​ເຫນືອ​­ສຸດ ແລະ ນຳເຈົ້າມາເຖິງພູ­ເຂົາ​ທັງ­ຫລາຍ​ແຫ່ງ​ອິດສະຣາເອນ. \v 3 ແລ້ວ​ເຮົາ​ຈະ​ຕີ​ຄັນ​ທະ­ນູ​ໃຫ້​ຫລຸດ​ຈາກ​ມື​ຊ້າຍ​ຂອງ​ເຈົ້າ ແລະ​ ເຮັດ­ໃຫ້​ລູກ​ທະ­ນູ​ຕົກ​ຈາກ​ມື​ຂວາ​ຂອງ​ເຈົ້າ.