lo_ezk_text_ulb_l3/38/10.txt

1 line
1.8 KiB
Plaintext

\v 10 ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ສິ່ງນີ້ຈະເກີດຂື້ນໃນວັນນັ້ນ ຄືເປັນແຜນການທີ່ຈະເກີດຂື້ນໃນໃຈຂອງເຈົ້າ, ແລະ ເຈົ້າຈະຄິດແຜນການຊົ່ວ.' \v 11 ແລ້ວ​ເຈົ້າຈະ​ກ່າວ​ວ່າ, ‘ເຮົາ​ຈະ​ຍົກ​ກອງ­ທັບ​ໄປ​ຍັງ​ແຜ່ນ­ດິນທີ່​ເປີດ; ເຮົາ​ຈະ​ໄປຫາຄົນທີ່ຫງຽບທີ່ອາໄສຢູ່ຢ່າງປອດໄພ, ພວກເຂົາທັງຫມົດອາໄສຢູ່ໂດຍ​ບໍ່­ມີ​ກຳ­ແພງ ຫລື ບໍ່­ມີ​ສິ່ງ​ກີດ­ຂວາງ, ແລະ ບ່ອນທີ່ຊຶ່ງບໍ່­ມີ​ປະ­ຕູເມືອງ. \v 12 ເຮົາຈະຢຶດເອົາເຄື່ອງຂອງທີ່ປຸ້ນມາ ແລະ ປຸ້ນສະດົມ, ເພື່ອເອົາມືຂອງເຮົາຕໍ່ສູ້ດິນແດນທີ່ຮົກຮ້າງວ່າງເປົ່າ, ຊຶ່ງ​ຂະ­ນະ​ນີ້​ມີ­ຄົນ​ອາ­ໄສ​ຢູ່, ແລະ ​ຕໍ່ສູ້ກັບປະ­ຊາ­ຊົນທີ່ເຕົ້າໂຮມຈາກ​ບັນ­ດາ​ປະ­ຊາ­ຊາດທັງຫລາຍ, ຝູງຊົນຜູ້ຊຶ່ງ​​ໄດ້ຝູງ​ສັດ ແລະ ຊັບສົມບັດ, ແລະ ຄົນທັງຫາຍທີ່​ອາ­ໄສ​ຢູ່ທ່າມກາງຂອງ​ແຜ່ນ­ດິນໂລກ.'