lo_ezk_text_ulb_l3/37/24.txt

1 line
1.3 KiB
Plaintext

\v 24 ດາ­ວິດ​ຜູ້​ຮັບ­ໃຊ້​ຂອງ​ເຮົາ​ຈະ​ເປັນ​ກະ­ສັດ​ເຫນືອ​ພວກ­ເຂົາ. ດັ່ງນັ້ນ ພວກ­ເຂົາ​ທັງ​ຫມົດ​ຈະ​ມີ​ຜູ້­ລ້ຽງ​ຜູ້​ດຽວກັນ, ແລະ ພວກເຂົາ​ຈະດຳເນີນຕາມກົດຫມາຍຂອງ​ເຮົາ ແລະ ຮັກສາກົດເກນຂອງເຮົາ ແລະ ເຊື່ອຟັງ. \v 25 ພວກ­ເຂົາ​ຈະ​ອາ­ໄສ​ຢູ່­ໃນ​ແຜ່ນ­ດິນ​ທີ່​ເຮົາ ໄດ້​ມອບ​ໃຫ້​ຢາ­ໂຄບຜູ້​ຮັບ­ໃຊ້​ຂອງ​ເຮົາ, ຊຶ່ງເປັນບ່ອນທີ່ບັນ­ພະ­ບູ­ລຸດ​ຂອງ​ພວກ­ເຈົ້າ​ໄດ້​ອາ­ໄສ​ຢູ່ນັ້ນ. ພວກ­ເຂົາຈະຢູ່ທີ່ນັ້ນຕະຫລອດໄປເປັນນິດ — ພວກເຂົາ, ​ພ້ອມ​ທັງ​ລູກ­ຫລານຂອງພວກເຂົາ, ແລະ ເພາະດາ­ວິດ​ຜູ້​ຮັບ­ໃຊ້​ຂອງ​ເຮົາ​ ກໍ​ຈະ​ປົກ­ຄອງ​ພວກ­ເຂົາ​ເປັນນິດ.