lo_ezk_text_ulb_l3/37/21.txt

1 line
2.2 KiB
Plaintext

\v 21 ຈົ່ງປະກາດກັບພວກເຂົາວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ໋! ເຮົາຈະນຳເອົາຄົນ​ອິດສະຣາເອນ​ອອກ­ຈາກທ່າມກາງບັນດາ​ຊົນ­ຊາດ​ທີ່​ພວກ­ເຂົາໄດ້​ອາ­ໄສ​ຢູ່. ແລະຈະ​ເຕົ້າ­ໂຮມ​ພວກ­ເຂົາຈາກແຜ່ນດິນຮອບຂ້າງ ແລະ ຈະນຳພວກເຂົາມາຍັງ​ແຜ່ນ­ດິນ​ຂອງ​ພວກເຂົາ​. \v 22 ເຮົາຈະ​ເຮັດ​ໃຫ້ພວກເຂົາເປັນ​ຊົນ­ຊາດ​ດຽວໃນແຜ່ນດິນນັ້ນ, ຢູ່­ໃນ​ພູ​ທັງ­ຫລາຍ​ຂອງ​ອິດສະຣາເອນ, ແລະ ໃນບ່ອນນັ້ນຈະ​ມີ​ກະ­ສັດ​ອົງ​ດຽວ​ເປັນກະສັດເຫນືອພວກເຂົາທັງຫມົດ, ແລະ ພວກເຂົາ​ຈະ​ບໍ່​ຖືກ​ແບ່ງແຍກ​ອອກ​ເປັນ​ສອງ​ອາ­ນາ­ຈັກ​ອີກ​ຕໍ່ໄປ. \v 23 ແລ້ວພວກ­ເຂົາ​ຈະ​ບໍ່ເຮັດຕົວຂອງພວກເຂົາໃຫ້ເປັນ​ມົນ­ທິນດ້ວຍ​ຮູບ​ເຄົາ­ລົບທັງຫລາຍ, ​ການ­ກະທຳອັນຫນ້າກຽດຫນ້າຊັງທັງຫລາຍ, ຄວາມບາບທັງຫລາຍຂອງພວກເຂົາ. ເພື່ອເຮົາ​ຈະ​ຊ່ວຍ​​ພວກ­ເຂົາໃຫ້​ພົ້ນ​ຈາກ​ການ­ກະທຳທີ່ບໍ່ສັດຊື່ຂອງພວກເຂົາ ຊຶ່ງເປັນເຫດເຮັດບາບ, ແລະ ເຮົາຈະຊຳລະພວກເຂົາ, ເພື່ອພວກເຂົາຈະເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ.