lo_ezk_text_ulb_l3/37/09.txt

1 line
1.3 KiB
Plaintext

\v 9 ແລ້ວພຣະຢາເວ​ຊົງ​ກ່າວ​ຕໍ່​ຂ້າ­ນ້ອຍກ່າວ​ວ່າ, “ຈົ່ງ​ກ່າວຄຳທຳນວາຍແກ່​ລົມຫາຍໃຈ, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ແລະຈົ່ງກ່າວກັບລົມຫາຍໃຈວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ​ລົມ​ຫາຍ­ໃຈເອີຍ, ຈົ່ງມາຈາກລົມທັງສີ່ທິດ, ແລະ ລະບາຍລົມຫາຍໃຈລົງເທິງຄົນທີ່ຖືກຂ້າພວກນີ້, ເພື່ອພວກເຂົາຈະມີຊີວິດຢູ່.” \v 10 ດັ່ງ­ນັ້ນ ຂ້າ­ນ້ອຍ​ຈຶ່ງກ່າວຄຳທຳນວາຍ​ຕາມ​ທີ່​ພຣະ­ອົງ​ຊົງ​ສັ່ງຂ້ານ້ອຍ; ລົມ​ຫາຍໃຈເຂົ້າມາໃນພວກເຂົາ ແລະ ​ພວກເຂົາກໍມີຊີວິດ​ອີກ. ພວກ­ເຂົາກໍ​ຢືນ​ຂຶ້ນດ້ວຍຕີນຂອງພວກເຂົາ; ຊຶ່ງເປັນກອງທັບທີ່ຍິ່ງໃຫຍ່.