1 line
1.5 KiB
Plaintext
1 line
1.5 KiB
Plaintext
\c 37 \v 1 ພຣະຫັດຂອງພຣະຢາເວໄດ້ມາຢູ່ເຫນືອຂ້ານ້ອຍ, ແລະພຣະອົງໄດ້ຊົງນຳຂ້ານ້ອຍອອກມາດ້ວຍພຣະວິນຍານບໍຣິສຸດຂອງພຣະຢາເວ ແລະ ຊົງຕັ້ງຂ້ານ້ອຍໄວ້ໃນທ່າມກາງຮ່ອມພູແຫ່ງຫນຶ່ງ; ຊຶ່ງມີກະດູກເຕັມໄປຫມົດ. \v 2 ແລ້ວພຣະອົງໄດ້ຊົງນຳພາຂ້ານ້ອຍໄປທົ່ວບໍລິເວນນັ້ນ ແລະ ອ້ອມຮອບບ່ອນນັ້ນ. ເບິ່ງແມ໋! ມີກະດູກຢ່າງຫລວງຫລາຍໃນຮ່ອມພູ. ເບິ່ງແມ໋! ພວກມັນແຫ້ງທັງຫມົດ. \v 3 ພຣະອົງກ່າວກັບຂ້ານ້ອຍວ່າ, “ບຸດແຫ່ງມະນຸດເອີຍ, ກະດູກເຫລົ່ານີ້ຈະມີຊີວິດຄືນອີກໄດ້ບໍ?” ດັ່ງນັ້ນຂ້ານ້ອຍ ທູນຕອບວ່າ, “ຂ້າແດ່ພຣະຢາເວອົງພຣະຜູ້ເປັນເຈົ້າ, ພຣະອົງເທົ່ານັ້ນທີ່ຊົງຮູ້ດີ.” |