lo_ezk_text_ulb_l3/36/29.txt

1 line
1.4 KiB
Plaintext

\v 29 ເພື່ອເຮົາຈະ​ຊ່ວຍ​ພວກ​ເຈົ້າໃຫ້​ພົ້ນ​ຈາກສິ່ງທີ່ບໍ່ສະອາດທັງຫລາຍຂອງພວກເຈົ້າ. ເຮົາຈະຮວບຮວມເມັດພືດ ແລະ ຂະຫຍາຍມັນ. ເຮົາຈະ​ບໍ່­ໃຫ້ໄພອຶດຫິວມາເຫນືອພວກເຈົ້າ​ອີກ​ຕໍ່ໄປ. \v 30 ເຮົາຈະເພີ່ມພູນຜົນລະປູກຂອງຕົ້ນໄມ້ທັງຫລາຍ ແລະ ຜົນຜະລິດຈາກທົ່ງນາຂອງເຈົ້າ­ ເພື່ອພວກ​ເຈົ້າ​ຈະ​ບໍ່ຕ້ອງທົນຮັບຄວາມອັບອາຍທ່າມກາງປະຊາຊາດທັງຫລາຍ ເພາະ​ໄພອຶດຫິວ​ອີກຕໍ່ໄປ. \v 31 ແລ້ວພວກ​ເຈົ້າ​ຈະ​ຮູ້­ເຖິງວິຖີທາງຊົ່ວຂອງພວກເຈົ້າ ແລະ ການປະພຶດທີ່ບໍ່ດີທັງຫລາຍຂອງ​ພວກເຈົ້າ, ແລະ ເຈົ້າຈະສະແດງການລັງກຽດຕົນ​ເອງ​ ຍ້ອນ​ຄວາມ​ບາບ ແລະ ສິ່ງທີ່ຫນ້າກຽດຫນ້າຊັງທັງຫລາຍຂອງຕົນ.