lo_ezk_text_ulb_l3/36/16.txt

1 line
1.2 KiB
Plaintext

\v 16 ພຣະ­ຄຳ​ຂອງ​ພຣະຢາເວມາ​ເຖິງ​ຂ້ານ້ອຍ, ກ່າວວ່າ, \v 17 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເມື່ອ​ເຊື້ອສາຍ​ຂອງ​ອິດສະຣາເອນ​ ​ອາ​ໄສ​ຢູ່­ໃນ​ແຜ່ນ­ດິນ​ຂອງ­ພວກເຂົາ, ພວກ­ເຂົາ​ໄດ້​ເຮັດ­ໃຫ້​ແຜ່ນ­ດິນ​ເປັນ​ມົນ­ທິນ. ດ້ວຍ​ວິ­ທີ​ທາງຂອງ​ພວກ­ເຂົາເຫລົ່ານີ້ເຮັດໃຫ້ພວກເຂົາເປັນ​ມົນ­ທິນເຫມືອນພວກຜູ້ຍິງມີລະດູຕໍ່ຫນ້າເຮົາ. \v 18 ເພາະ­ສະ­ນັ້ນ, ເຮົາ​ຈິ່ງ​ຖອກເທຄວາມໂມໂຫຂອງເຮົາອອກມາຕໍ່ສູ້ພວກເຂົາດ້ວຍ​ເລື່ອງ​ໂລ­ຫິດ ຊຶ່ງພວກ­ເຂົາໄດ້ຖອກເທລົງເທິງ​ແຜ່ນ­ດິນ ແລະ ດ້ວຍ​ເລື່ອງ​ຮູບເຄົາລົບທັງຫລາຍ​ຂອງພວກ­ເຂົາ​.