lo_ezk_text_ulb_l3/34/28.txt

1 line
946 B
Plaintext

\v 28 ພວກ­ມັນຈະບໍ່ຖືກປຸ້ນຈາກບັນດາປະຊາຊາດອື່ນອີກຕໍ່ໄປ, ແລະ ​ພວກ​ສັດ­ປ່າ​ເທິງໂລກກໍຈະບໍ່​ກັດ​ກິນພວກມັນ. ແລ້ວພວກມັນຈະຢູ່ຢ່າງ​ປອດ­ໄພ, ແລະ ຈະບໍ່ມີໃຜມາເຮັດໃຫ້ພວກມັນ​ຢ້ານ​ກົວອີກ. \v 29 ເພາະເຮົາຈະສ້າງບ່ອນປູກຝັງທີ່ສະຫງົບສຸກແກ່ພວກມັນ ເພື່ອພວກມັນຈະບໍ່ເປັນເຫຍື່ອຂອງ​ຄວາມ​ອຶດ­ຢາກ​ໃນ​ແຜ່ນ­ດິນອີກຕໍ່ໄປ, ແລະ ບັນດາປະຊາຊາດ ຈະບໍ່ໄດ້​ຫຍໍ້​ຫຍັນ​ພວກ­ເຂົາ​ອີກ.