lo_ezk_text_ulb_l3/34/25.txt

1 line
1.7 KiB
Plaintext

\v 25 ແລ້ວເຮົາ​ຈະ­ໃຫ້​ຄຳ­ຫມັ້ນ­ສັນ­ຍາແຫ່ງສັນຕິສຸກກັບພວກມັນ ແລະ ເອົາສັດຮ້າຍອອກຈາກແຜ່ນດິນ, ເພື່ອວ່າພວກມັນຈະອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານໄດ້ຢ່າງ​ປອດ­ໄພ​ ແລະ ນອນຢູ່ໃນປ່າໄດ້ຢ່າງປອດໄພ. \v 26 ເຮົາ​ຈະນຳການອ່ວຍພອນມາເຫນືອພວກມັນ ແລະ ສະຖານທີ່ອ້ອມຮອບເນີນພູເຂົາຂອງເຮົາ, ເພື່ອເຮົາຈະສົ່ງ​ຝົນລົງ­ມາຕາມລະດູການ. ນີ້ຈະເປັນສາຍຝົນແຫ່ງພຣະພອນ. \v 27 ແລ້ວ​ຕົ້ນ­ໄມ້​ໃນທົ່ງຫຍ້າ​ຈະ​ເກີດ​ຫມາກ, ແລະ ພື້ນດິນຈະເກີດຜົນຜະລິດ. ​ແກະ​ທຸກໆໂຕຂອງເຮົາ​ຈະ​ມີ­ຊີ­ວິດ​ຢູ່­ໃນແຜ່ນດິນ​ຂອງ​ມັນ​ເອງ​ຢ່າງ​ປອດ­ໄພ; ແລ້ວພວກມັນຈະຮູ້ວ່າ ເຮົາຄືພຣະຢາເວ, ເມື່ອເຮົາຫັກແອກຂອງພວກມັນແລ້ວ, ແລະເມື່ອເຮົາຊ່ວຍເຫລືອພວກມັນຈາກມືຂອງຄົນເຫລົ່ານັ້ນທີ່ເຮັດໃຫ້ພວກມັນຕົກເປັນທາດ.