lo_ezk_text_ulb_l3/34/22.txt

1 line
1.2 KiB
Plaintext

\v 22 ເຮົາ​ຈະ​ຊ່ວຍ​ແກະ​ຂອງ​ເຮົາ​ໃຫ້ລອດພົ້ນ ແລະ ພວກມັນຈະບໍ່ເປັນເຫຍື່ອອີກຕໍ່ໄປ, ແລະ ເຮົາຈະພິພາກສາ ລະຫວ່າງ ແກະກັບແກະ! \v 23 ເຮົາ​ຈະ​­ຕັ້ງຜູ້ລ້ຽງແກະຄົນຫນຶ່ງໄວ້ເຫນືອພວກມັນ, ຄື​ດາ­ວິດ​ຜູ້​ຮັບ­ໃຊ້​ຂອງ​ເຮົາ, ເຂົາຈະເບິ່ງແຍງພວກມັນ, ເຂົາຈະລ້ຽງພວກ​ມັນ, ແລະ ເຂົາ​ຈະ​ເປັນ​ຜູ້ລ້ຽງພວກມັນ. \v 24 ເພາະເຮົາຄື, ພຣະ­ຢາເວ​, ຈະເປັນພຣະເຈົ້າຂອງ​ພວກເຂົາ, ແລະ ສ່ວນ​ດາ­ວິດ​ຜູ້​ຮັບ­ໃຊ້​ຂອງ​ເຮົາ ​ຈະ​ເປັນເຈົ້າຊາຍທ່າມກາງ​ຂອງພວກເຂົາ — ເຮົາຄື, ພຣະຢາເວ, ໄດ້ປະກາດດັ່ງນີ້ແລ້ວ.