lo_ezk_text_ulb_l3/34/14.txt

1 line
1.6 KiB
Plaintext

\v 14 ເຮົາຈະໃຫ້ພວກມັນຢູ່ໃນທົ່ງຫຍ້າທີ່ອຸດົມສົມບູນດີ; ແລະເທິງພູເຂົາສູງທັງຫລາຍຂອງອິດສະຣາເອນ ຈະເປັນບ່ອນກິນຫຍ້າຂອງພວກມັນ. ໃນບ່ອນນັ້ນ ພວກມັນຈະນອນລົງໃນທົ່ງຫຍ້າອຸດົມດີ ເພື່ອກິນຫຍ້າ, ໃນທົ່ງຫຍ້າອັນອຸດົມສົມບູນ, ແລະ ພວກມັນຈະກິນຫຍ້າເທິງພູເຂົາຂອງອິດສະຣາເອນ. \v 15 ເຮົາ​ເອງ​ຈະ​ເປັນ​ຜູ້​ລ້ຽງ​ຝູງແກະ​ຂອງ​ເຮົາ, ແລະ ​ເຮົາເອງຈະເຮັດໃຫ້ພວກມັນນອນລົງ​ — ນີ້ເປັນຄຳະກາດຂອງພຣະຢາເວ ອົງພຣະ­ຜູ້­ເປັນ­ເຈົ້າ — \v 16 ເຮົາ​ຈະ​ຊອກ­ຫາ​ແກະ​ໂຕ​ທີ່​ສູນຫາຍ​ໄປ ແລະ ຈະ​ນຳມັນ​ກັບຄືນ​ມາ. ເຮົາຈະ​ພັນບາດ​ແຜໃຫ້ແກະບາດເຈັບ ແລະ ​ປິ່ນ­ປົວແກະບໍ່ສະບາຍ ແຕ່ໂຕທີ່ຕຸ້ຍພີ່ ແລະ ແຂງແຮງນັ້ນ ເຮົາຈະທຳລາຍ. ເຮົາຈະເປັນຜູ້ລ້ຽງທີ່ມີຄວາມ​ຍຸດຕິທຳ.